ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຟັງ​ລັງ ແລະ ຊູ​ແອດ​ ອາດ​ຈະ​ໄດ້​ເຂົ້າ​ເປັນ​ສະມາຊິກ​ນາ​ໂຕ​ກ່ອນ​ເດືອນ​ກໍລະກົດ


   ສຳນັກ​ຂ່າວ​ຊິນ​ຮວາ​ລາຍ​ງານ​ໃນ​ວັນ​ທີ 13 ກຸມພາ​ນີ້​ໂດຍ​ໃຫ້​ຮູ້​ວ່າ: ຜູ້ນຳ​ຂອງ​ແຟັງ​ລັງ ແລະ ຊູ​ແອດ ໄດ້​ຖະແຫຼງການ​ຮ່ວມ ເຊິ່ງ​ມີ​ເນື້ອ​ໃນ​ບາງ​ຕອນ​ລະບຸ​ ໄວ້​ວ່າ ສອງ​ປະເທດ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເຂົ້າ​ເປັນ​ສະມາຊິກ ນາ​ໂຕ ຢ່າງ​ເປັນ​ທາງ​ການ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ​ ໃນ ​ເດືອນ​ກໍລະກົດ​ປີ​ນີ້. ກ່ອນ​ໜ້າ​ນີ້​ນາ​ໂຕ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັບ​ເອົາ​ທັງ​ສອງ​ປະເທດເຂົ້າ​ຮ່ວມ​ກຸ່ມ​ໂດຍ​ໄວ, ແຕ່​ຂະ​ບວນ​ການ​ດັ່ງກ່າວ​ອາດ​ຈະ​ຊັກ​ຊ້າ​ເພາະ​ ເຫດການ​ແຜ່ນດິນ​ໄຫວ​ໃນ​ຕຸ​ຣະ​ເກຍ, ເພາະວ່າ 2 ປະເທດ​ສາມາດ​ເຂົ້າ​ຮ່ວມ​ນາ​ໂຕ​ໄດ້​ຢ່າງ​ເປັນ​ທາງ​ການແມ່ນ​ຂຶ້ນ​ກັບ​ການ​ຕັດສິນ​ໃຈ​ສຸດ​ທ້າຍ​ຂອງ​ຕຸ​ຣະ​ເກຍ . ແຟັງ​ລັງ ແລະ ຊູ​ແອດ ​ໄດ້​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ອົງການ​ນາ​ໂຕ ເມື່ອ​ເດືອນ​ພຶດສະພາ​ປີຜ່ານມາ ແຕ່​ຖືກ​ຄັດຄ້ານ​ຈາກ​ຕຸ​ຣະ​ເກຍ. ຕາມ​ລະບຽບ​ການ​ນາ​ ໂຕ​ແລ້ວ, ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເປັນ​ເອກະ​ພາບ​ຂອງ 30 ປະເທດ​ສະມາຊິກ​ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ສະມາຊິກ​ໃໝ່.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2023